niedziela, 20 listopada 2016

1. ຄວາມງຽບສງັດກັບຂ່າວ

ແລເຫັນແສງສ່ອງພື້ນ..........ເຍືອງສູ່ນະພາມົວ
ເມຄໝອກຄຸມຫຼັງຄາ...........ມືດມົນມາຍຂື້ນ
ພໍແສງສຸຣີຮ້ອນ....................ເຜີຍອາຍອົບອຸ່ນ
ພືທົ່ວຜືນແຜ່ນຟ້າ...............ໄສເຝື້ອຫ່າງຫາຍ

ແຕ່ວ່າໃນໃຈນີ້......................ຍັງຮຸ່ມໂຫຍຫວນ
ນຳວິຖີຊີວິດ..........................ທຸກວັນສັນສ້າງ
ອີກເພື່ອນຝູງຢຸດເອີ້ນ..........ຂານຈາໄລຈາກ
ຊີວິດນໍຈັ່ງແມ່ນສັ້ນ..............ບາງຄົນຈ້ອນຈາກໄປ...ແລ້ວເດ

ຟັງຂ່າວດີດົກໄດ້..................ຍາມມິດຍາວເຍືອ
ບໍ່ໃດ້ງິນຄຳໃດ......................ກ່ອນຍັງດີໄດ້
ກວ່າຂ່າວຄາວຄວາມເສົ້າ.....ວອຍມາພາຫງ່ວມ
ເພື່ອນຮ່ວມທາງກ່ອນກີ້......ກັບແລ້ວສູ່ສວັຣຄ໌....

ຫຼັງມ່ານໄຜ່, 20.11.2015.